Central Update

Call Directions Website

Central Update Lao Auto Car Update, Review, New Brand, Model

ລັດຖະບານ ປະກາດ ໂຄຕ້າ ລັດຖະກອນ ປີ 2026 ຈໍານວນ 2,500 ຄົນ ແບ່ງໃຫ້ແຕ່ລະພາກສ່ວນດັ່ງນີ້ອ່ານລາຍລະອຽດ 👇🏻
02/10/2026

ລັດຖະບານ ປະກາດ ໂຄຕ້າ ລັດຖະກອນ ປີ 2026 ຈໍານວນ 2,500 ຄົນ ແບ່ງໃຫ້ແຕ່ລະພາກສ່ວນດັ່ງນີ້
ອ່ານລາຍລະອຽດ 👇🏻

29/09/2026

ພໍ່ແມ່ເຄີຍຖາມລູກບໍ?
ຫຼັງກັບຈາກຮຽນ
ມີວຽກບ້ານບໍ ມື້ນີ້ມີຫຍັງມາເວົ້າໃຫ້ຟັງດຸ

29/09/2026

ປະເດັນຂາຍເຂົ້າໜົມໃນໂຮງຮຽນ
ຄວາມຈີງບໍຢາກໃຫ້ມີເລີຍ

ເຈົ້າໜ້າທີ່ ລົງເກັບມ້ຽນລົດຈັກໄຟຟ້າຈອດຊະຊາຍ ເຂດເມືອງສີໂຄດ------------*****--------    #ໃນລະຫວ່າງວັນທີ 28-29 ກັນຍາ 2026 ຄະ...
29/09/2026

ເຈົ້າໜ້າທີ່ ລົງເກັບມ້ຽນລົດຈັກໄຟຟ້າຈອດຊະຊາຍ ເຂດເມືອງສີໂຄດ
------------*****--------
#ໃນລະຫວ່າງວັນທີ 28-29 ກັນຍາ 2026 ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງເມືອງສີໂຄດຕະບອງ ນະຄອນຫຼວຝວຽງຈັນ ໄດ້ລົງເກັບມ້ຽນປະເພດລົດຈັກໄຟຟ້າ ທີ່ຈອດຊະຊາຍຢັງຢາຍຢູ່ຕາມແຄມທາງຫລັກພາຍໃນເມືອງ, ເຮັດໃຫ້ກີດຂວາງການສັນຈອນການໄປມາຂອງການໃຊ້ລົດ ແລະ ທາງຄົນຍ່າງ.
ການລົງໄປເກັບເອົາລົດໄຟຟ້າດັ່ງກ່າວ ມີຢູ່ຈຳນວນ 150 ຄັນ ມາຮັກສາໄວ້ຢູ່ສຳນັກງານປົກຄອງເມືອງ ເພື່ອໃຫ້ເຈົ້າຂອງຜູ້ປະກອບການ ໄປປະກອບເອກະສານຂໍອະນຸຍາດຈາກຂັ້ນເທິງ ກໍ່ຄືພາກສ່ວນກ່ຽວຂ້ອງໃຫ້ຖືກຕ້ອງຕາມລະບຽບກົດຫມາຍ.

28/09/2026

ຊີ້ນໝູແມ່ນຍັງບໍ່ທັນໃຫ້ຂາຍໃນທ້ອງຕະຫລາດ ໂດຍໃຫ້ລໍຖ້າແຈ້ງການຜ່ອນຜັນມາດຕະການສະກັດກັ້ນການລະບາດຂອງພະຍາດອະຮິວາໝູຈາກກະຊວງກະສິກຳແລະສິ່ງແວດລ້ອມໃນໄວໆນີ້

24/09/2026

ກອງປະຊຸມລັດຖະບານ ຊີ້ນຳໃຫ້ຮີບຮ້ອນແກ້ໄຂບັນຫາສູນປະຕິບັດທຳຫຼັກ 38 ເມືອງປາກງື່ມ👇

ມອບ-ຮັບອາວຸດປືນ 115 ກະບອກ ທີ່ ປກສ ນະຄອນ ຫຼວງວຽງຈັນ ເກັບກູ້ຄືນມາໄດ້--------------      ວັນທີ 23 ກັນຍາ 2026 ກົມຄຸ້ມຄອງສະມະ...
24/09/2026

ມອບ-ຮັບອາວຸດປືນ 115 ກະບອກ ທີ່ ປກສ ນະຄອນ ຫຼວງວຽງຈັນ ເກັບກູ້ຄືນມາໄດ້
--------------
ວັນທີ 23 ກັນຍາ 2026 ກົມຄຸ້ມຄອງສະມະໂນຄົວ ແລະ ກໍ່ສ້າງຮາກຖານ ( 509 ) ກະຊວງປ້ອງກັນຄວາມສະ ຫງົບ ໄດ້ຈັດພິທີ ມອບ-ຮັບອາວຸດປືນ ແລະ ລູກປືນ ທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສາມາດເກັບກູ້ຄືນມາໄດ້.
ຕາງໜ້າມອບໂດຍ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວ ໜ້າກົມ 509, ມີຄະນະຮັບຜິດຊອບຂັ້ນກະຊວງ, ກົມ, ຫ້ອງວິຊາສະເພາະ ເຂົ້າຮ່ວມ.
ປກສ ນະຄອນຫຼວງວຽງຈັນ ມອບອາວຸດປືນ ທີ່ເກັບກູ້ຄືນມາໄດ້ ທັງໝົດ ຈໍານວນ 115 ກະບອກ, ປືນສັ້ນ 109 ກະບອກ, ປືນຍາວ 6 ກະບອກ.
ໂອກາດດັ່ງກ່າວທັງສອງຝ່າຍ ກໍໄດ້ລົງນາມເຊັນບົດບັນບຶກມອບ-ຮັບອາວຸດປືນຢ່າງເປັນທານການ ຈາກນັ້ນ ພົຈວ ແກ່ນຈັນ ພົມມະຈັກ ໄດ້ກ່າວຄໍາຂອບໃຈ ແລະ ມອບໃບຊົມເຊີຍໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ທີ່ໄດ້ນໍາອາວຸດປືນມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນຄັ້ງທີ 2 ພາຍຫຼັງຈັດຕັ້ງປະຕິບັດຕາມຄໍາສັ່ງຂອງຂັ້ນເທິງ.
ທີ່ມາ: ຄວາມສະຫງົບ Lao Security News

24/09/2026

ພະຍາດອະຫິວາໝູອາຟຣິກາ ໄດ້ແຜ່ລະບາດຢູ່ 7 ແຂວງ 91 ເມືອງ ມີໝູຕາຍ14.002 ໂຕ ໃນນີ້ໝູທີ່ລ້ຽງແບບຄອບຄົວ ກວມ79,2% (ກົດອ່ານລະອຽດ👇)

ເມືອງທ່າແຂກ ກຽມສ້າງຫໍໂມງແຫ່ງໃໝ່ ທ່ອງທ່ຽວ--------    ວັນທີ 24 ກັນຍາ 2026 ແຂວງຄໍາມ່ວນ ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງຫໍໂມງ...
24/09/2026

ເມືອງທ່າແຂກ ກຽມສ້າງຫໍໂມງແຫ່ງໃໝ່ ທ່ອງທ່ຽວ
--------
ວັນທີ 24 ກັນຍາ 2026 ແຂວງຄໍາມ່ວນ ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງຫໍໂມງເມືອງທ່າແຂກ ໂດຍການອຸປະຖໍາຈາກ 2 ບໍລິສັດ ມູນຄ່າລວມ 2,5 ຕື້ກີບ ເພື່ອສ້າງຈຸດເດັ່ນໃໝ່ ແລະ ສົ່ງເສີມທ່າແຮງດ້ານການທ່ອງທ່ຽວຂອງເມືອງທ່າແຂກ.
ພິທີຈັດຂຶ້ນຢູ່ສີ່ແຍກກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຄໍາມ່ວນ ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ, ພ້ອມດ້ວຍການນໍາເມືອງທ່າແຂກ, ທ່ານ ນາງ ສີພັນດອນ ຫຼວງຄໍາທີ ປະທານບໍລິສັດ ວົງວາລິນ ກຼຸບ ແລະ ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ປະທານບໍລິສັດ ພະນົມພອນ ກຼຸບ ພ້ອມດ້ວຍພັນລະຍາການນໍາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຫໍໂມງແຫ່ງນີ້ ມີເປົ້າໝາຍສ້າງສິ່ງກໍ່ສ້າງທີ່ເປັນຈຸດເດັ່ນໃໝ່ ຫຼື ສັນຍາລັກຂອງເມືອງ (Landmark) ເພື່ອເສີມພາບລັກເມືອງທ່າແຂກໃຫ້ສວຍງາມ ແລະ ໜ້າຢູ່ຫຼາຍຂຶ້ນ. ພ້ອມທັງສ້າງຈຸດສົນໃຈໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃນການຢ້ຽມຊົມ ແລະ ຖ່າຍຮູບເປັນທີ່ລະລຶກ.
ທີ່ມາ:Khammouane News

👀 ຮູ້ແລ້ວຈະເຂົ້າໃຈ! ເປີດທີ່ມາ “ຜີຕາແຮກ” ແລະ ເຫດຜົນທີ່ຄົນລາວບູຊາສືບຕໍ່ກັນມາ ບຸນຫໍ່ເຂົ້າສະຫຼາກ ບຸນຫໍ່ເຂົ້າສະຫຼາກ (ບຸນຫໍ່ເຂ...
24/09/2026

👀 ຮູ້ແລ້ວຈະເຂົ້າໃຈ! ເປີດທີ່ມາ “ຜີຕາແຮກ” ແລະ ເຫດຜົນທີ່ຄົນລາວບູຊາສືບຕໍ່ກັນມາ ບຸນຫໍ່ເຂົ້າສະຫຼາກ

ບຸນຫໍ່ເຂົ້າສະຫຼາກ (ບຸນຫໍ່ເຂົ້າໃຫຍ່) ນອນຢູ່ໃນຮີດ​ສິບສອງຄອງ​ສິບ​ສີ່​ປະ​ເພ​ນີ​ລາວ ປີນີ້ກົງກັບ ວັນເສົາ ທີ່ 26 ກັນຍາ 2026 ຂື້ນ 15 ເດືອນ 10 ລາວ ພ.ສ 2569
✨️ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ດວງວິນຍານຂອງຍາດພີ່ນ້ອງຜູ້ທີ່ລ່ວງລັບຕາຍໄປ ແລະ ພວກຜີເຜດ ເປັນການເຮັດບຸນໃຫ້ເຜດຜີອີກເທື່ອໜື່ງ ແລະ ເປັນການບູຊາຜີຕາແຮກຜູ້ປົກປັກຮັກສາໄຮ່ນາຮົ້ວສວນ ໂດຍມີໄລຍະເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນ (ບຸນຫໍ່ເຂົ້ານ້ອຍ) ພຽງແຕ່ 15 ມື້ ເທົ່ານັ້ນ ເຊິ່ງເປັນໄລຍະເວລາທີ່ເຜດຜີທັງຫຼາຍຕ້ອງກັບຄືນໄປຢູ່ໃນພົບພູມຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນ ຄືການເຮັດຫໍ່ເຂົ້າສົ່ງໃຫ້ຜີເຜດ ເຊິ່ງລວມທັງຜີບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດຜີທີ່ບໍ່ມີຍາດ.
✨️ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ 14 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ຫາມາໄດ້) ແລ້ວນໍາມາໃສ່ກ໋ວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍທານ ໃຫ້ແກ່ພຣະສົງສາມະເນນ ພ້ອມທັງຢາດນໍ້າອຸທິດສ່ວນບຸນກຸສົນໄປໃຫ້ດວງວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ.
✨️ແຕ່ປະເພນີ ບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື ກ່ອນຈະນໍາເຄື່ອງໄທຍະທານໄປຖວາຍ ພຣະສົງສາມະເນນນັ້ນ ຊາວບ້ານຈະຈັບສະຫຼາກກັບພຣະສົງສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພຣະ-ເນນອົງໃດ ກໍເອົາເຄື່ອງຂອງທານໄປຖວາຍພຣະ-ເນນອົງນັ້ນໂລດ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພຣະສົງ- ສາມະເນນຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງຍາດໂຍມທ່ານໃດ ເຈົ້າຂອງຜູ້ນັ້ນກໍນໍາເອົາຂອງທານຂອງຕົນ ໄປຖວາຍ ພຣະ-ເນນອົງນັ້ນໂລດ.
#ມູນເຫດແລະປະຫວັດຄວາມເປັນມາ
✨️ໃນອະດີດຕະການລ່ວງມາແລ້ວ ໄດ້ມີພຣະພຸດທະເຈົ້າພຣະອົງໜຶ່ງມີນາມວ່າ: ປະທະມຸດຕະຣະ ອາໄສ ຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂຄຈອນທຽວບິນທະບາດຂອງພິກຂຸ ໃນເວລານັ້ນຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈ ຢູ່ໃນພະນະຄອນ ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ພໍລ້ຽງຊີບໄປແຕ່ລະວັນ ສອງຜົວເມຍຄູ່ນັ້ນເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາ ຢູ່ມາວັນໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການລ້ຽງຊີບ ຄືມີຄວາມ ຫຍຸ້ງຍາກແທ້? ຄົງຈະເນື່ອງມາຈາກຕົນເອງບໍ່ໄດ້ບໍາເພັນກອງການກຸສົນ ບໍ່ໄດ້ໃຫ້ທານ ຮັກສາສິນ, ຟັງທັມມະ, ຈະເລີນທັມເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ ຈຶ່ງເປັນຄົນຍາກຈົນເຂັນໃຈ ໄຮ້ຊັບອັບປັນຍາ ກໍເລີຍມີຈິດໃຈຢາກສ້າງກຸສົນ, ເຮັດບຸນກິນທານ, ເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານ ເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີ.
ຢູ່ມາວັນໜຶ່ງສາມີພັນລະຍາກໍພາກັນເຂົ້າປ່າ ເພື່ອເກັບຜັກຫັກຟືນມາຂາຍ ພໍໄດ້ເປັນມູນຄ່າແລ້ວ ກໍພາກັນໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງແຕ່ງເຄື່ອງສໍາເລັດແລ້ວ ຈຶ່ງນ້ອມໄປສູ່ພະອາຮາມ ເຮັດເປັນສະຫຼາກກະພັດທານ ພ້ອມ ກັບຊາວບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນ ຈົກສະຫຼາກຖືກ ພຣະພິຂຸຕົນໜຶ່ງກໍດີໃຈຫຼາຍ ຈຶ່ງໄດ້ນ້ອມ ເອົາສະຫຼາກກະພັດທານຂອງຕົນ ໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາດຖະໜາວ່າ: “ເຕຊະບຸນກຸສົນຜົນທານນີ້ ຂ້າພະເຈົ້າທັງສອງ ເກີດ ໃນພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາເໝືອນດັ່ງຊາດນີ້ ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານ ລາບຍົດສັນລະເສີນສຸກ ແລະ ມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ” ຕໍ່ມາບໍ່ນານສາມີພັນລະຍາທັງສອງ ກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາ ໃນຊັ້ນດາວະດິງສະຫວັນ ສະເຫວີຍສົມບັດທິບ ອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸຕິຕາຍຈາກສະຫວັນ ກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍຣາຊະສົມບັດ ຢູ່ໃນນະຄອນພຣານະສີມີນາມວ່າ: ພຣະເຈົ້າສັດທາດິດສະ ສະເຫວີຍຣາດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະ ຄືບຸນກຸສົນຈາກການ ໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ໄພສານ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ແລະ ຄວາມຈະເລີນ ທັງໃນພົບນີ້ ພົບໜ້າ ແລະ ພົບຕໍ່ໆໄປນັ້ນແລ.
✨️ເມື່ອ​ຢ້ອນ​ລັດ​ຕັດ​ຕອນ​ເຂົ້າເວົ້າ​ເຖິງ​ຜີ​ຕາ​ແຮກມີ​ຄວາມ​ເປັນ​ມາ​ຄື​ໃນ​ສະ​ໄໝ​ຄັ້ງ​ພຸດ​ທະ​ການ​ໄດ້​ມີ​ລູກ​ຊາຍ​ຂອງ​ກະ​ດຸມ​ພີ​ຄົນ​ໜື່ງ​ພໍ່​ໄດ້​ຕາຍ​ປະ​ແຕ່​ຄາວ​ຍັງ​ນ້ອຍ​ເຫຼືອ​ແຕ່​ແມ່ ພໍ​ໃຫ​ຍ່​ຂື້ນ​ມາ​ແມ່​ໄດ້​ຫາ​ພັນ​ລະ​ຍາ​ໃຫ້​ເພື່ອ​ສືບ​ທອດ​ວົງ​ຕະ​ກູນ ແຕ່​ພັນລະ​ຍາ​ບໍ​ສາ​ມາດ​ໃຫ້​ກຳ​ເນີດ​ບຸດ​ໄດ້ ຜູ້​ເປັນ​ແມ່​ຈື່ງ​ຊອກ​ຫາ​ຍິງ​ອື່ນ​ໃຫ້​ເປັນ​ເມຍ​ນ້ອຍ​ເພື່ອ​ສືບ​ທອດ​ຕະ​ກູນ ສ່ວນ​ເມຍ​ກົກ​ຢ້ານ​ວ່າ​ເມຍ​ນ້ອຍ​ຈະ​ໄດ້​ຮັບ​ມູນ​ມັງ​ມໍ​ລະ​ດົກ​ແຕ່​ພຽງ​ຜູ້​ດຽວ​ຈື່ງ​ໄດ້​ອອກ​ອຸ​ບາຍ​ຂ້າ​ລູກເມຍ​ນ້ອ​ຍ​ຖິ້ມ ໂດຍບອກ​ວ່າ​ຖ້າ​ມື້​ໃດ​ນ້ອງ​ຖື​ພາ​ໃຫ້​ມາ​ປຶກ​ສາ​ເອື້ອຍ​ພ​ໍ​ຈະ​ໄດ້​ຊ່ວຍ​ເບິ່ງ​ແຍງ​ແລະ​ໃຫ້​ຄຳ​ປຶກ​ສາ​ເມື່ອ​ເມຍ​ນ້ອຍ​ຖື​ພາ​ຄັ້ງ​ທີ່​ໜື່ງ​ທີ່​ສອງ​ກໍ​ລາຍ​ງານ​ໃຫ້​ເມຍ​ກົກ​ຮັບ​ຮູ້​ແລະ​ກໍ​ໄດ້​ເອົາ​ຢາ​ໃສ່​ນ້ຳ​ໃຫ້​ກິນ​ເພື່ອ​ແທ້ງ​ລູກ ເທື່ອ​ທີ່​ສາມ​ເມຍ​ນ້ອຍ​ບໍ​ໄດ້​ບອກ​ໃຫ້​ຮູ້​ແລ້ວຫຼົບ​ໜີ​ໄປ​ຢູ່​ບ້ານ​ພີ່​ນ້ອງ​ເມື່ອ​ເມຍຫຼວງ​ຮູ້​ກໍ​ນຳ​ໄປ​ໃຫ້​ກິນ​ຢາ​ອີກ​ເນື່ອງ​ຈາກວ່າ​ທ້ອງ​ໄດ້ຫຼາຍ​ເດືອນ​ລູກ​ຈື່ງ​ບໍ​ລຸ​ອອກ​ມາ​ຊ້ຳ​ຍັງ​ຕາຍ​ຂວາງ​ທັງ​ແມ່​ແລະ​ລູກ ກ່ອນ​ທີ່​ເມຍ​ນ້ອຍ​ຈະ​ສິ້ນ​ໃຈ​ກໍ​ໄດ້​ຜູກ​ເວນ​ອາ​ຄາດ​ແຄ້ນ​ກັບ​ເມຍຫຼວງ​ໄວ້​ວ່າ​ຊາດ​ໜ້າ​ມີ​ຈິງ​ຂໍ​ໃຫ້​ໄດ້​ມາ​ຈອງ​ເວນ​ກັນ​ອີກ ສ່ວນ​ຜູ້​ເປັນ​ເມຍຫຼວງ​ກໍ​ຖືກ​ຜູ້​ເປັນ​ຜົວ​ເອົາ​ໄມ້​ທຸບ​ຕີ​ຈົນ​ຕາຍ​ທັງ​ສອງ​ກໍ​ໄດ້​ໄປ​ເກີດ​ໃຫມ່​ເມຍຫຼວງ​ເກີດ​ເປັນ​ໄກ່ ເມຍ​ນ້ອຍ​ເກີດ​ເປັນ​ແມວ​ໂພງ
ເມື່ອ​ໄກ່​ໄຂ່​ອອກ​ມາ​ເທື່ອ​ທີ​ໜື່ງ​ທີ່​ສອງ​ແມວ​ໂພງ​ກໍ​ມາ​ລັກ​ກິນ​ໄຂ່ ເມື່ອ​ຮອດ​ຄັ້ງ​ທີ​ສາມ​ແມວ​ໂພງ​ກໍ​ຫັກ​ຄໍ​ໄກ່​ກິນ​ທັງ​ໄກ່​ແລະ​ໄຂ່ ກ່ອນ​ໄກ່​ຈະ​ຕາຍ​ກໍ​ອາ​ຄາດ​ແຄ້ນ​ອີກ ແມ່​ໄກ່​ໄດ້​ເກີດ​ເປັນ​ເສືອ ແມວ​ໂພງ​ເກີດ​ເປັນ​ງົວ ກໍ​ເຮັດ​ທຳ​ນອງ​ດຽວ​ກັນ​ຈົນ​ຕາຍ​ແລ້ວ​ໄດ້​ອາ​ຄາດ​ແຄ້ນ​ກັນ​ອີກ ແມ່​ງົວ​ໄດ້​ໄປ​ເກີດ​ເປັນ​ຍັກ​ຂີ​ນີ ເສືອ​ໄດ້​ໄປ​ເກີດ​ເປັນ​ທິ​ດາ​ຢູ່​ໃນ​ນະ​ຄອນ​ສາ​ວະ​ຖີ ພໍ​ຈະ​ເລີນ​ໄວ​ກໍ​ໄດ້​ແຕ່ງ​ງານ​ເມື່ອ​ເກີດ​ລູກ​ຄັ້ງ​ທີ​ໜື່ງ​ທີ​ສອງ​ນາງ​ຍັກ​ຂີ​ນີ​ກໍ​ປອມ​ຕົວ​ມາ​ເປັນ​ໝູ່​ຂອງ​ນາງ​ມາ​ນອນ​ນຳ​ແລ້ວ​ກິນ​ລູກ​ຂອງ​ທິ​ດາ​ຕາຍ​ທັງ​ສອງ​ຄັ້ງ ຄັ້ງ​ທີ່​ສາມ​ນາງ​ຈື່ງ​ໄປ​ຢູ່ນຳ​ເຮືອນ​ຂອງ​ພໍ່​ປູ່​ແມ່​ຍ່າ​ເມື່ອ​ນາງ​ຍັກ​ຂີ​ນີ​ຮູ້​ຂ່າວ​ກໍ​ໄດ້​ນຳ​ທັງ​ສອງ​ຜົວ​ເມຍ​ໄປ​ແລ້ວ​ທັງ​ສອງ​ກໍ​ໄດ້​ມຸ່ງ​ໜ້າ​ໄປ​ສູ່​ວັດ​ພະ​ເຊ​ຕະ​ວັນ​ມະ​ຫາ​ວິ​ຫານ ຂະ​ນະ​ນັ້ນ​​ພະ​ພຸດທະເຈົ້າກຳ​ລັງ​ສະ​ແດງ​ທັມ​ຢູ່ນາງ​ພ້ອມ​ຜົວ​ກໍ​ໄດ້​ເຂົ້າ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ນຳ​ພະ​ພຸດ​ທະ​ເຈົ້າ ໂດຍ​ຜ່າ​ຝູງ​ຊົນ​ເຂົ້າ​ໄປ​ມອບ​ກາຍ​ຖວາຍ​ຊີ​ວິດ ສ່ວນ​ນາງ​ຍັກ​ເຂົ້າ​ວັດ​ບໍ​ໄດ້​ຈື່ງ​ໄດ້​ຄອງ​ຄອຍ​ຢູ່​ທາງນອກ ພະ​ພຸດ​ທະ​ເຈົ້າ​ຈື່ງ​ໄດ້​ເທດ​ສະ​ໜາ​ແລະ​ໄດ້​ເລົ່າ​ເລືອງ​ອະ​ດີດ​ຕະ​ຊາດ​ຂອງ​ທັງ​ສອງ​ໃຫ້​ຟັງ​ທ່າມ​ກາງ​ພະ​ສົງ​ແລະ​ຍາດ​ໂຍມ​ທີ່​ມາ​ຟັງ​ທັມ​ເຖິງ​ຕົ້ນ​ປາຍ​ສາຍ​ເຫດ​ແລະ​ບອກ​ທັງ​ສອງ​ໃຫ້​ອະ​ໄພ​ເຊິ່ງ​ກັນ​ແລະ​ກັນ ພ້ອມ​ທັງ​ບໍ​ໃຫ້​ອາ​ຄາດ​ຈອງ​ເວນ​ກັນ​ອີກ ພະ​ອົງ​ກ່າວ​ວ່າ​ກັມເວນ​ຍ່ອມບໍ​ສາ​ມາດ​ລະ​ງັບ​ດ້ວຍ​ການ​ຈອງ​ເວນ​ຄື​ໜູ​ກັບ​ແມວ ງູ​ກັບ​ຈອນ​ຟອນ ນົກ​ເຄົ້າ​ກັບ​ກາ
ດັ່ງ​ນີ້​ເປັນ​ຕົ້ນ ເວນຈະລະງັບດ້ວຍການບໍຈອງເວນພະ​ອົງ​ໄດ້​ບອກ​ໃຫ້​ທັງ​ສອງ​ຜົວ​ເມຍ​ລ້ຽງ​ນາງ​ຍັກ​ຂີ​ນີ​ຜູ້​ນີ້​ໄວ້​ແລ້ວ​ປຸກ​ຕູບ​ໃຫ້​ຢູ່​ແຄມ​ນາ​ແລ້ວ​ໃຫ້​ນາງ​ຍັກ​ເຊົາ​ກິນ​ຊີ້ນ​ແລ້ວ​ຫັນ​ມາ​ກິນ​ໝາກ​ໄມ້​ແທນ ດ້ວຍ​ເຫດ​ນັ້ນ​ພວກ​ເຮົາ​ຈື່ງ​ພາ​ກັນ​ນຳ​ຫມາກ​ໄມ້​ມາ​ເຮັດ​ສະຫຼາກ​ແລ້ວ​ນຳ​ໄປ​ຫ້ອຍໄວ້​ເທິງ​ຫົວ​ນາ ນາງ​ຍັກ​ກໍ​ຈົ່ງ​ຕອບ​ແທນ​ຊາວ​ບ້ານ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ໄຮ່​ນາ​ຕາ​ກ້າ​ຈາກ​ສັດ​ສາ​ວາ​ສິ່ງ​ຕ່າງ​ໆ​ ເປັນທັງນາງພະຍາກອນອາກາດ ເພາະວ່າປີໃດຟ້າຝົນຫລາຍໃຫ້ບອກຊາວບ້ານໄປເຮັດໄຮ່ເຮັດນາບ່ອນສູງ ປີໃດແຫ້ງແລ້ງຂາດນ້ຳໃຫ້ເຮັດໄຮ່ນາຢູ່ບ່ອນລຸ່ມບ່ອນທົ່ງພຽງ ພາຍ​ລຸນ​ມາ​ຈື່ງ​​ປ່ຽນ​ຈາກ​ຍັກ​ຄີ​ນີ​ແລ້ວເອີ້ນ​ວ່າ:ຜີ​ຕາ​ແຮກ ເພາະ​ນາງ​ຍັກ​ສາ​ມາດ​ຮັບ​ຮູ້​ໄດ້​ວ່າ​ປີ​ໃດ​ຜົນ​ລະ​ປູກ​ຈະ​ໄດ້​ຮັບ​ຜົນ​ຫ​ນ້ອຍຫຼາຍ​ພຽງ​ໃດ​ເພາະ​ມີ​ຍານ​ພິ​ເສດ​ສາ​ມາດ​ພະ​ຍາ​ກອນ​ດິນ​ຟ້າ​ອາ​ກາດ ສະ​ນັ້ນ​ຈື່ງ​ເປັນ​ເຫດ​ໃຫ້​ປະ​ຕິ​ບັດ​ສືບ​ກັນ​ມາ​ຄື​ບຸນ​ເຂົ້າ​ສະຫຼາກ​ແລະ​ການ​ບູ​ຊາ​ຜີ​ຕາ​ແຮກ.
ຈາກ Ven Hutsada Silimanotham

Address

Khouvieng Road
Vientane
01100

Alerts

Be the first to know and let us send you an email when Central Update posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share